ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດບົ່ງຕົວຄະນະພັກໂຮງຮຽນນາຍສິບເຫຼົ່າຮົບ ບ້ານແປນ


   ວັນທີ 16 ມິຖຸນາ 2023 ນີ້, ໂຮງຮຽນນາຍສິບເຫຼົ່າຮົບ ບ້ານແປນໄດ້ຈັດພິທິປະກາດບົ່ງຕົວ ຄະນະພັກໂຮງຮຽນນາຍສິບເຫຼົ່າຮົບບ້ານແປນ, ໂດຍການເປັນປະ ທານຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຕີ ສີດາລໍ ຈົ່ງເຕັງເຈ້ຍຊ້າ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຜູ້ຕາງໜ້າຈາກກົມຈັດຕັັ້ງພັກ, ກົມລົດ ຕັງ-ຍານເກາະ, ກົມປືນໃຫຍ່ໜ້າດິນ, ການນຳແຂວງ, ການນຳເມືອງ, ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ຫ້ອງການ ປກສ-ປກຊ, ກອງພັນໃຫຍ່ 643, ກອງພັນໃຫຍ່ 702, ໂຮງໝໍບໍລິເວນ 101, ໂຮງຮຽນທ້ອງຖິ່ນ, ບໍລິສັດ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ພອນສະຫວັນ ສິລິສັກ ຫົວໜ້າການເມືອງໂຮງຮຽນນາຍສິບເຫຼົ່າຮົບ ບ້ານແປນ ໄດ້ລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາໃຫ້ຮູ້ວ່າ: ການເຄື່ອນໄຫວວຽກງານຂອງຄະນະອໍານວຍການໂຮງຮຽນ ນາຍສິບເຫຼົ່າລົບ ບ້ານແປນ ນັບແຕ່ມື້ປະກາດ ມາຮອດປັດຈຸບັນໄດ້ຈັດຕັ້ງຫຼາຍວຽກງານ ໂດຍສະ ເພາະແມ່ນໄດ້ເຕົ້າລວມຄະນະອຳນວຍການເພື່ອມອບໝາຍໜ້າທີ່ໃຫ້ແຕ່ລະຫ້ອງ, ພົວພັນແລ່ນວຽກທີ່ຮີບດ່ວນ ເພື່ອເຄື່ອນຍ້າຍມາປະຈໍາການ, ຂຸ້ນ ຂ້ຽວເຮັດ ວຽກງານອັນຈຳເປັນ. ພະນັກງານແຕ່ລະສະຫາຍທີ່ຖຶກການແຕ່ງຕັ້ງ ແມ່ນມີໜ້າຢູ່ໂຮງຮຽນແລ້ວ, ເຕົ້າລວມຄະນະປຶກສາ ແລະ ເພື່ອມອບໝາຍວຽກໃຫ້ແຕ່ລະ ຫ້ອງ ບັນດາໜ້າວຽກທີ່ຮີບດ່ວນຕ້ອງໄດ້ແກ້ໄຂ ໂດຍນຳໄຊ້ທຶນທີ່ຂັ້ນເທີງສະໜອງໃຫ້ໄດ້ຄົ້ນຄວ້າໄປຊື້ໂຕະ, ຕັ່ງເພື່ອໃຫ້ມີບ່ອນເຮັດ ວຽກຂອງຄະນະອຳນວຍ ການ ແລະ ບັນດາຮອງຫ້ອງ, ຊັບຊ້ອນຫ້ອງການໃຫ້ແຕ່ລະຫ້ອງ, ແຕ່ລະພາກສ່ວນມາຮອດປະຈຸບັນແຕ່ຂັ້ນຮອງຫ້ອງຂື້ນເມືອ ແມ່ນມີຫ້ອງການເຮັດວຽກຂອງ ແຕ່ລະສະຫາຍ. ສະຫາຍ ພັນເອກ ຈັນທາ ບຸນນະວົງ ຮອງຫົວໜ້າກົມຈັດຕັັ້ງພັກ, ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງຂອງກະຊວງປ້ອງກັນປະ ເທດວ່າດ້ວຍການສ້າງຕັ້ງຄະນະພັກໂຮງຮຽນນາຍສິບເຫຼົ່າຮົບບ້ານແປນ, ຄະນະພັກກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍພັນໂທ ພອນສະຫວັນ ສຸລິສັກ ເປັນຄະນະປະຈໍາພັກ ທັງເປັນເລຂາຄະນະພັກ; ສະຫາຍ ພັນເອກ ພູເງິນ ພົມເມືອງ ເປັນຄະນະພັກປະຈຳ ທັງເປັນຮອງເລາຂາຄະນະພັກ; ສະຫາຍ ພັນໂທ ສົມພັນ ພິມມະວົງ ເປັນຄະນະພັກປະຈຳທັງເປັນປະທານກວດກາພັກ. ໂອກາດນີ້, ສະຫາຍປະທານກໍໄດ້ໂອ້ລົມ ແລະ ໃຫ້ທິດທາງ ໃນການຈັດຕັ້ງປະ ຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ເຊີ່ງສະຫາຍໄດ້ຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງ ໜ້າ ເພື່ອເຮັດໃຫ້ເລັດໜ້າທີ່ຕາມການມອບໝາຍ, ຄູອາຈານແຕ່ລະສະຫາຍຕ້ອງກຽມພ້ອມຫຼັກສອນການຮຽນ-ການສອນ, ຄະນະພັກແຕ່ລະສະຫາຍຕ້ອງກຳ ແໜ້ນຢ່າງເລິກເຊິ່ງ ຄວາມໝາຍຄວາມສໍາຄັນຂອງການສ້າງຕັ້ງໂຮງຮຽນນາຍສິບເຫຼົ່າຮົບບ້ານແປນ, ເອົາໃຈໃສ່ດຳເນີນຊິວິດການເມືອງແຕ່ລະໄລຍະຢ່າງເປັນປົກ ກະຕິ, ກຳແໜ້ນໄດ້ໜ້າທີ່ການ ເມືອງຂອງກົມກອງ, ເອົາໃຈໃສ່ສຶກສາອົບຮົບການເມືອງ-ນຳພາແນວຄິດ, ຕັ້ງໜ້າຍົກສູງສະຕິເພິ່ງຕົນເອງ, ກຸ້ມຕົນເອງ,ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ຕາມເງື່ອນໄຂ ແລະ ຄວາມສາມາດ, ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດຂອງພັກ ໂດຍສະເພາະການຮັກສາມູນເຊື້ອຄວາມສາ ມັກຄີກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນອື່ນໆ.

ແຫຼ່ງທີ່ມາ:ໜັງ​ສື​ພິມກອງ​ທັບ
ວັນທີ 19/06/2023